ASTI
+856 20 541 634 34
ຫ້ອງການສະພາການຄ້າ ແລະ ອຸດສາຫະກຳ, ຊັ້ນ 2 ບ້ານໂພນພະເນົາ,ເມືອງໄຊເສດຖາ, ນະຄອນຫຼວງວຽງຈັນ
ASTI
+856 20 541 634 34
ຫ້ອງການສະພາການຄ້າ ແລະ ອຸດສາຫະກຳ

ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ · ໂຄງການ ASTI

ປ່ຽນການສ້າງສີມືແຮງງານ ສູ່ການເຕີບໂຕທາງທຸລະກິດ ດ້ວຍການຮຽນວິຊາຊີບຢູ່ສະຖານປະກອບການ (Work-Based Learning – WBL)

ການຮຽນວິຊາຊີບໃນສະຖານປະກອບການ — ສ້າງຄົນຜ່ານການເຮັດວຽກຕົວຈິງ ພ້ອມເຮັດວຽກໄດ້ຕັ້ງແຕ່ມື້ທຳອິດ. ນີ້ຄືກະແຈທີ່ສໍາຄັນໃນການຮັກສາບຸກຄະລາກອນ.

0% – 90%ຮຽນຢູ່ສະຖານປະກອບການ
0 ເດືອນໄລຍະການຝຶກອົບຮົມ
0ສາຂາອາຊີບເປີດຮັບ
1981Swiss Model ຕົ້ນກຳເນີດ
ຊ່າງບໍາລຸງຮັກສາລົດຂັ້ນພື້ນຖານ & ຊ່າງຕິດຕັ້ງ ແລະ ສ້ອມແປງເຄື່ອງປັບອາກາດ & ຊ່າງຕິດຕັ້ງໄຟຟ້າຢູ່ອາຄານ & ພະນັກງານ ບໍລິການລູກຄ້າ
Work-Based Learning ແມ່ນຫຍັງ?

ບໍ່ແມ່ນໂຄງການ ‘ຝຶກງານ’
ແຕ່ເປັນກົນລະຍຸດສ້າງບຸກຄະລາກອນ

WBL ແມ່ນການຮຽນຮູ້ຜ່ານການປະຕິບັດຈິງ ທີ່ ອອກແບບຮ່ວມກັນ ໂດຍສະຖານປະກອບການ ແລະ ສະຖານອາຊີວະສຶກສາ ເພື່ອສ້າງທັກສະທີ່ພ້ອມເຮັດວຽກ. ນັບຕັ້ງແຕ່ປີ 1981 ໂມເດລນີ້ໄດ້ຊ່ວຍໃຫ້ສະວິດເຊີແລນກາຍເປັນໜຶ່ງໃນປະເທດທີ່ມີນະວັດຕະກຳສູງທີ່ສຸດໃນໂລກ.

WBL ແມ່ນ

  • ການຮຽນວິຊາຊີບຜ່ານການເຂົ້າຮ່ວມເຮັດວຽກຕົວຈິງ ໃນຂະບວນການຜະລິດ, ການບໍລິການ ໃນສະຖານປະກອບການ
  • ຕາມຫລັກສູດອາຊີວະສຶກສາທີ່ອອກແບບ ຮ່ວມກັນ ຂອງສະຖານປະກອບການ ແລະ ສະຖານອາຊີວະສຶກສາ
  • ຝຶກໂດຍຄູຝຶກທີ່ມີປະສົບການໃນສະຖານປະກອບການ ແລະ ສະຖານອາຊີວະສຶກສາ
  • ສ້າງທັກສະທີ່ພ້ອມເຮັກວຽກທັນທີ ຕັ້ງແຕ່ມື້ທຳອິດທີ່ຝຶກ
  • ຮຽນຈົບ ບໍລີສັດທີ່ທ່ານເຂົ້າຝຶກນຳຈະພິຈາລະນາຮັບເຂົ້າເຮັດວຽກທັນທີ.
  • ຍຸດທະສາດ ໃນການສ້າງບຸກຄະລາກອນທີ່ມີຄຸນນະພາບ ແລະ ສອດຄ່ອງກັບຄວາມຕ້ອງການຂອງຜູ້ໃຊ້ແຮງງານ ຫຼື ຕະຫລາດແຮງງານທີ່ແທ້ຈິງ

Work-Based · ຮຽນໃນສະຖານທີ່

0%–90%
ຮຽນຢູ່ສະຖານປະກອບການທີ່ຜູ້ຮຽນເລືອກ

ໜ້າວຽກຈິງ, ອຸປະກອນຈິງ, ກ່ຽວຂ້ອງກັບການດຳເນີນງານຂອງທ່ານ

On-the-job training

Theory · ຮຽນທິດສະດີ

0%–25%
ຮຽນທິດສະດີຢູ່ໂຮງຮຽນ

ພື້ນຖານຄວາມຮູ້ ແລະ ທິດສະດີທີ່ເຊື່ອມໂຍງກັບໜ້າວຽກຈິງ

Classroom theory

Duration · ໄລຍະເວລາ

0 ເດືອນ
ໄລຍະການຝຶກອົບຮົມ WBL

ໂຄງສ້າງ 6 ເດືອນ ໄດ້ຮັບ ປະກາສະນີຍະບັດ ວຸດທິການສຶກສາຊັ້ນຕົ້ນ ລະດັບ 2 ຮັບຮອງຈາກກະຊວງສຶກສາທິການ ແລະ ກິລາ

Structured programme

The WBL Cycle · ວົງຈອນການເຮັດວຽກ

5 ຂັ້ນຕອນ ຈາກຄວາມຕ້ອງການ ສູ່ການຈ້າງງານ

1

ລະບຸຄວາມຕ້ອງການ

ນາຍຈ້າງລະບຸທັກສະ ແລະ ໜ້າວຽກ ທີ່ຕ້ອງການແທ້ຈິງ.

2

ອອກແບບຮ່ວມກັນ

ຮ່ວມພັດທະນາ ມາດຖານອາຊີບ, ຫລັກສູດ, ຊຸດຝຶກ ແລະ ຊຸດປະເມີນ ກັບສະຖານອາຊີວະສຶກສາ

3

ຈັບຄູ່ & ຝຶກຄູຝຶກ

ຈັບຄູ່ນັກຮຽນກັບໜ້າວຽກ ແລະ ຝຶກຜູ້ຄຸມງານ ໃຫ້ເປັນຄູຝຶກປະຈຳ.

4

ຝຶກແບບ WBL

ຝຶກອົບຮົມ 6 ເດືອນ — 75% – 90% ໜ້າວຽກຈິງ / 10% – 25% ທິດສະດີ.

5

ປະເມີນ & ຈ້າງງານ

ຢືນຢັນ, ຮັບຮອງຄວາມສາມາດ ແລະ ກ້າວສູ່ການຈ້າງງານ.

ເລືອກເສັ້ນທາງຂອງທ່ານ · Choose your path

WBL ຊ່ວຍທ່ານຄືແນວໃດ?

ທ່ານແມ່ນໃຜ? ເລືອກໜຶ່ງດ້ານລຸ່ມນີ້ ເພື່ອເຂົ້າສູ່ໜ້າສະເພາະ — ມີຂໍ້ມູນ, ສິດທິປະໂຫຍດ ແລະ ແບບຟອມສະໝັກ ທີ່ອອກແບບໄວ້ສຳລັບທ່ານໂດຍສະເພາະ!

ສຳລັບໄວໜຸ່ມ · YOUTH

ຮຽນວິຊາຊີບໃນບໍລິສັດທີ່ເຈົ້າເລືອກ ພ້ອມໂອກາດໄດ້ເຂົ້າເປັນພະນັກງານທັນທີທີ່ຮຽນຈົບ

  • ປະຈຸບັນ ມີ 4 ສາຂາອາຊີບ
  • ສັນຍາຝຶກອົບຮົມກັບບໍລິສັດທີ່ທ່ານເລືອກ. ຮຽນຈົບມີໂອກາດຕໍ່ສັນຍາເຮັດວຽກເລີຍ
  • ມີເງິນອຸດໜູນໃນເວລາຮຽນຈາກບໍລິສັດ ແລະ ນະໂຍບາຍອື່ນໆຂອງບໍລິສັດ*
  • ໄດ້ຮັບໃບປະກາດຊັ້ນຕົ້ນ ລະດັບ 2 ຈາກກະຊວງສຶກສາ
  • ສາມາດສືບຕໍ່ຮຽນຍົກລະດັບໄດ້ຕະຫລອດຊີວິດ

ສຳລັບສະຖານປະກອບການ · ENTERPRISE

ລົງທຶນຮ່ວມກັນເພື່ອສ້າງຄົນເກັ່ງ — ໄດ້ຜົນປະໂຫຍດຫຼາຍກວ່າ ໂດຍບໍ່ຕ້ອງເພີ່ມງົບປະມານ

  • ໄດ້ແຮງງານທີ່ມີທັກສະຖືກກັບໜ້າວຽກ
  • ຫຼຸດອັດຕາການລາອອກ — ມີຄວາມເຊື່ອໝັ້ນກັບອົງກອນ ນັບແຕ່ເລີ່ມຕົ້ນ
  • ລົງທຶນຮ່ວມທີ່ຄຸ້ມຄ່າ — ສ່ວນໃຫຍ່ແມ່ນເຄື່ອງມື ແລະ ສະຖານທີ່ ທີ່ທ່ານໃຊ້ຢູ່ແລ້ວ ບໍ່ມີຄ່າໃຊ້ຈ່າຍໃໝ່
  • ຜູ້ຄຸມງານ ໄດ້ຮັບການຢັ້ງຢືນເປັນຄູຝຶກປະຈຳ — ຄວາມຮູ້ ແລະ ທັກສະ ຍັງຢູ່ກັບອົງກອນ
  • ປະເມີນ ແລະ ຮັບຮອງຄວາມສາມາດ — ໄດ້ແຮງງານທີ່ມີຫຼັກຖານຢັ້ງຢືນ ເຊື່ອຖືໄດ້
Youth Portal · ສຳລັບໄວໜຸ່ມ

4 ສາຂາອາຊີບ ທີ່ເປີດຮັບສະໝັກ

ເລືອກສາຂາທີ່ເຈົ້າສົນໃຈ ແລ້ວຝຶກໃນສະຖານປະກອບການຈິງ ພ້ອມຮັບເງິນອຸດໜູນ ແລະ ໃບຮັບຮອງຄວາມສາມາດ.

01

ຊ່າງບໍາລຸງຮັກສາລົດຂັ້ນພື້ນຖານ

ໂຄງສ້າງ, ການບໍາລຸງຮັກສາລົດ ແລະ ວຽກພື້ນຖານ

02

ຊ່າງຕິດຕັ້ງ ແລະ ສ້ອມແປງເຄື່ອງປັບອາກາດ

ລະບົບໄຟຟ້າ, ການຕິດຕັ້ງ ແລະ ສ້ອມແປງແອ

03

ຊ່າງຕິດຕັ້ງໄຟຟ້າຢູ່ອາຄານ

ສ້ອມແປງ ແລະ ຕິດຕັ້ງໄຟຟ້າ

04

ພະນັກງານ ບໍລິການລູກຄ້າ

ການຂາຍ, ການບໍລິການ ແລະ ປະສົບການລູກຄ້າ

ບໍ່ແນ່ໃຈວ່າສາຂາໃດເໝາະກັບເຈົ້າ?

ສະໝັກໄວ້ກ່ອນ — ທີມງານ ສຄອຊ ຈະຊ່ວຍແນະນຳສາຂາທີ່ເໝາະສົມ.

ປຶກສາ & ສະໝັກ →

ເປັນຫຍັງຕ້ອງ WBL

ສິ່ງທີ່ເຈົ້າຈະໄດ້ຮັບ

$

ເງິນອຸດໜູນ

ໄລຍະເປັນນັກຮຽນ ແລະ ນະໂຍບາຍອື່ນໆ ຕາມລະບຽບພາຍໃນຂອງ ແຕ່ລະ ບໍລີສັດ (ເຊັ່ນ: ອາຫານ, ທີ່ພັກ, ປະກັນໄພ, …)

%

ທັກສະຖືກກັບວຽກ

ເນັ້ນຮຽນຜ່ານການປະຄິບັດຕົວຈິງ – ບໍ່ເນັ້ນທິດສະດີ – ຮຽນແລ້ວສາມາດເຮັດວຽກໄດ້ຈິງ

ໃບຮັບຮອງ

ໄດ້ໃບຢັ້ງຢືນວຸດທິການສຶກສາແຫ່ງຊາດ ຈາກກະຊວງສຶກສາທິການ ແລະ ກິລາ-ສາມາດໄປຮຽນຕໍ່ໃນລະດັບທີ່ສູງຂື້ນໄດ້ໃນອະນາຄົດ

ໂອກາດໄດ້ວຽກ

ຮຽນຈົບໄດ້ວຽກທັນທີກັບບໍລິສັດທີທ່ານເຂົ້າຮຽນ

Enterprise Portal · ສຳລັບສະຖານປະກອບການ

Co-Investment Model: ການລົງທຶນຮ່ວມ ທີ່ຄຸ້ມຄ່າ

ສ່ວນໃຫຍ່ຂອງການລົງທຶນ ແມ່ນເຄື່ອງມື ແລະ ສະຖານທີ່ ທີ່ທ່ານໃຊ້ຢູ່ແລ້ວ — ບໍ່ແມ່ນຄ່າໃຊ້ຈ່າຍໃໝ່.

ທັກສະຖືກກັບຫນ້າວຽກ

ທັກສະສອດຄ່ອງກັບຄວາມຕ້ອງການຜູ້ໃຊ້ແຮງງາານ

ພະນັກງານ ຍັງຢູ່ກັບທ່ານ

ພະນັກງານ ຂອງທ່ານ ໄດ້ຮັບການຢັ້ງຢືນເປັນຄູຝຶກປະຈຳຢູ່ສະຖານປະກອບການ

ຄວາມສາມາດຖືກຮັບຮອງ

ປະເມີນຮ່ວມກັນ ເປັນຫຼັກຖານທີ່ເຊື່ອຖືໄດ້

ຫລຸດການລາອອກ

ຜູ້ຮຽນມີຄວາມເຊື່ອຫມັ້ນສະຖານປະກອບການ ນັບແຕ່ເລີ່ມຕົ້ນ

ໂມເດລທີ່ພິສູດແລ້ວ · Proven Model

ດັດຊະນີຄວາມສາມາດໃນການແຂ່ງຂັນດ້ານຊັບພະຍາກອນມະນຸດລະດັບໂລກ (GTCI) 2025

ປະເທດທີ່ນຳໃຊ້ການຮຽນຮູ້ໃນສະຖານປະກອບການ ຄອງອັນດັບສູງສຸດຂອງໂລກ. WBL ຄືເສັ້ນທາງທີ່ຈະຍົກລະດັບແຮງງານລາວ.

01Singapore ສິງກະໂປ73.29
02Switzerland ສະວິດເຊີແລນ · ຕົ້ນກຳເນີດ WBL73.14
106Lao PDR ສປປ ລາວ · ໂອກາດໃນການເຕີບໂຕ33.04
SWISS MODEL · ນັບແຕ່ປີ 198175% – 90% ໜ້າວຽກ / 10% – 25% ທິດສະດີ6 ເດືອນ ມີໂຄງສ້າງຂັບເຄື່ອນໂດຍສະຖານປະກອບການ
ວິກິດການດ້ານທັກສະ · The Skills Crisis

ສິ່ງທ້າທາຍທີ່ສະຖານປະກອບການໃນລາວກຳລັງປະເຊີນ

01ການຈ້າງແຮງງານດິບ ບໍ່ມີທັກສະທີ່ບໍລິສັດ/ສະຖານປະກອບການຕ້ອງການ

02ຕ້ອງໄດ້ມີການສະຫນອງການຝຶກອົບຮົມເພີ່ມເຕີມ – ໃຊ້ເວລາດົນ – ບໍ່ເປັນລະບົບ – ບໍ່ມີການຢັ້ງຢືນວຸດທິ

03ອັດຕາການລາອອກໃນໄລຍະເລີ່ມຕົ້ນທີ່ສູງ

04ຜູ້ຄຸມງານ ຮັບພາລະຫນັກກັບການຝຶກອົບຮົມທີ່ບໍ່ມີການຈັດວາງເປັນລະບົບ ແລະ ບໍ່ມີການຊ່ວຍເຫຼືອໃນການພັດທະນາຊຸດຝຶກ ແລະ ປະເມີນ

05ຜົນຜະລິດຕໍ່າ ເນື່ອງຈາກແຮງງານບໍ່ມີທັກສະທີ່ສອດຄ່ອງ

“ນັ້ນໝາຍເຖິງຜົນກຳໄລທີ່ທ່ານຕ້ອງສູນເສຍໄປ.”

ແຫຼ່ງທີ່ມາ · EuroCham–SDC Skills Gap Assessment 2024

ສະໝັກອອນລາຍ · Apply Online

ເລີ່ມຕົ້ນກັບ WBL ມື້ນີ້

ເລີ່ມເສັ້ນທາງອາຊີບຂອງເຈົ້າ

ຕື່ມຂໍ້ມູນ 2 ນາທີ ແລ້ວທີມງານ ສຄອຊ ຈະຕິດຕໍ່ກັບເຈົ້າຜ່ານ WhatsApp ເພື່ອນັດສຳພາດ ແລະ ຈັບຄູ່ກັບສະຖານປະກອບການ.

1ຕື່ມຂໍ້ມູນສ່ວນຕົວ
2ເລືອກສາຂາອາຊີບ
3ແນບເອກະສານ
4ລໍຖ້າການນັດໝາຍ

ໃບສະໝັກສຳລັບໄວໜຸ່ມ

ກົດປຸ່ມລຸ່ມນີ້ ເພື່ອເປີດແບບຟອມສະໝັກ (ໃຊ້ເວລາປະມານ 2 ນາທີ — ເປີດໃນແທັບໃໝ່). ທີມງານ ສຄອຊ ຈະຕິດຕໍ່ກັບເຈົ້າຜ່ານ WhatsApp.

ເປີດໃບສະໝັກໄວໜຸ່ມ →