
ບໍລິສັດ ລາວ ໂຕໂຍຕ້າ ບໍລິການ ຈຳກັດ
ທີ່ຢູ່: ຖະໜົນທົ່ງຂັນຄຳ, ບ້ານ ທົ່ງຕູມ, ເມືອງ ຈັນທະບູລີ, ນະຄອນຫຼວງວຽງຈັນ (ເຂດໃກ້ໆກັບຕະຫຼາດທົ່ງຂັນຄຳ)
ບໍລິສັດ ລາວ ໂຕໂຍຕ້າ ບໍລິການ ຈຳກັດ ມຸ່ງໝັ້ນສົ່ງເສີມການພັດທະນາສີມືແຮງງານໄວໜຸ່ມໃນຂະແໜງຍານຍົນ. ດ້ວຍທີມງານ ແລະ ໂຄງສ້າງອົງກອນທີ່ເຂັ້ມແຂງ, ສະຖານປະກອບການມີຄວາມພ້ອມຢ່າງຍິ່ງໃນການຮັບ ນັກຮຽນ ເຂົ້າມາຮຽນຮູ້ ແລະ ປະຕິບັດງານຕົວຈິງໃນ ສາຂາອາຊີບ ການບຳລຸງຮັກສາລົດຍົນຂັ້ນພື້ນຖານ ແລະ ເທັກໂນໂລຢີຍານຍົນທັນສະໄໝ.