ASTI
+856 20 541 634 34
ຫ້ອງການສະພາການຄ້າ ແລະ ອຸດສາຫະກຳ

Participating Institutions

ສະຖາບັນອາຊີວະສຶກສາທີ່ຮ່ວມໂຄງການ

ສະຖານອາຊີວະສຶກສາ ແລະ ອົງການຄູ່ຮ່ວມງານ ທີ່ຮ່ວມພັດທະນາມາດຕະຖານ, ຫຼັກສູດ ແລະ ການຮັບຮອງຄວາມສາມາດ.

Image link
ວິທະຍາໄລ ເຕັກນິກ ປາກປ່າສັກ

ທີ່ຢູ່: ບ້ານ ສີຫອມ, ເມືອງ ຈັນທະບູລີ, ນະຄອນຫຼວງວຽງຈັນ

ສ້າງນັກວິຊາຊີບທີ່ມີຄຸນນະພາບ ເພື່ອຕອບສະໜອງຄວາມຕ້ອງການຂອງຕະຫຼາດແຮງງານ ແລະ ຮ່ວມກັນພັດທະນາປະເທດຊາດ.

ເປັນໜຶ່ງໃນສະຖາບັນອາຊີວະສຶກສາທີ່ເກົ່າແກ່ ແລະ ມີຊື່ສຽງອັນດັບຕົ້ນໆຂອງ ສປປ ລາວ. ມີຄວາມໂດດເດັ່ນດ້ານການສ້າງຊ່າງເຕັກນິກ ແລະ ບຸກຄະລາກອນສີມືແຮງງານທັງພາກອຸດສາຫະກຳ, ເຕັກໂນໂລຊີ ແລະ ພາກການບໍລິການ ໂດຍມີເຄືອຂ່າຍຄວາມຮ່ວມມືຢ່າງກວ້າງຂວາງກັບພາກເອກະຊົນ ແລະ ອົງການຈັດຕັ້ງສາກົນ.

Image link
ວິທະຍາໄລ ເຕັກນິກ ລາວ-ເຍຍລະມັນ

ທີ່ຢູ່: ບ້ານ ວັດນາກ, ເມືອງ ສີສັດຕະນາກ, ນະຄອນຫຼວງວຽງຈັນ

ເປັນສະຖາບັນການສຶກສາອາຊີວະສຶກສາຊັ້ນນຳຂອງລັດ ທີ່ໄດ້ຮັບການສະໜັບສະໜູນ ແລະ ຮ່ວມມືດ້ານເທັກໂນໂລຊີ-ການສຶກສາກັບ ປະເທດ ເຍຍລະມັນ ຕັ້ງແຕ່ປີ 1964. ມຸ່ງເນັ້ນການຈັດການຮຽນ-ການສອນແບບຄວບຄູ່ (Dual Vocational Education and Training) ທີ່ປະສົມປະສານທິດສະດີຢູ່ສະຖາບັນ ເຂົ້າກັບການປະຕິບັດງານຕົວຈິງຢູ່ສະຖານປະກອບການ.

Image link
ວິທະຍາໄລ ເຕັກນິກ ສັບພະວິຊາ

ທີ່ຢູ່: ບ້ານ ໂສກປາຫລວງ, ເມືອງ ສີສັດຕະນາກ, ນະຄອນຫຼວງວຽງຈັນ

ເປັນສະຖາບັນອາຊີວະສຶກສາຂອງລັດ ທີ່ມຸ່ງເນັ້ນການສ້າງຊ່າງຝີມື ແລະ ເຕັກນິກຊ່ຽວຊານຫຼາກຫຼາຍສາຂາ (ຊັບພະວິຊາ) ເພື່ອຕອບສະໜອງຄວາມຕ້ອງການຂອງຕະຫຼາດແຮງງານໃນພາກອຸດສາຫະກຳ, ການບໍລິການ ແລະ ການກໍ່ສ້າງ ໂດຍເນັ້ນການຮ່ວມມືກັບພາກສະຖານປະກອບການ.